ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປາຖະກະຖາມູນເຊື້ອ 4 ວັນປະຫວັດສາດ


ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 1 ທັນວາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ,
ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນຄ້າຍວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ
ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກໍາມະ
ການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງຫານ, ພະແນກການ, ພະນັກ
ງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ໄດ້ກ່າວຫວນຄືນເຖິງວັນປະຫວັດສາດການກໍາເນີດຂອງຊາດລາວເຮົາ ເປັນຕົ້ນແມ່ນ
ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດຍາວນານຫຼາຍພັນປີ ມີມູນເຊື້ອທີສະຫງ່າອົງອາດແຫ່ງ
ການຕໍ່ສູ້ກູ້ຊາດຕ້ານຜູ້ມາຮຸກຮານ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື່ອອັນອົງອາດ ຂອງບັນພະບູລຸດລາວທີ່ໄດ້ສ້າງປະຫວັດສາດ
ປະໄວ້ໃຫ້ສືບທອດ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ
ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືຶອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດ
ໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ
ໄດ້ຫວນຄືນວັນຄ້າຍວັນເກີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນຮັກຂອງປວງຊົນລາວທັງຊາດ ຕະຫຼອດຊີວິດຂອງ ທ່ານ
ແມ່ນໄດ້ທຸ່ມເທທຸກຢ່າງໃຫ້ແກ່ພາລະກິດແຫ່ງການປະຕິວັດ ໂດຍໄດ້ມີຫຼາຍວິລະກໍາອັນລໍ້າເລີດ ທີ່ສະແດງໃຫ້ເຫັນນໍ້າໃຈຮັກຊາດອັນສູງ
ສົ່ງ, ຄວາມເດັດດ່ຽວບໍ່ຍອມຈໍານົນຕໍ່ສັດຕູ, ຄວາມສະຫຼຽວສະຫຼາດ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນຢ່າງບໍ່ມີຂີດ
ຈໍາກັດ ເຊິ່ງໄດ້ສະແດງອອກໃນພຶດຕິກໍາຕົວຈິງ ແລະ ຜ່ານຂະບວນການປະຕິວັດແຫ່ງການນໍາພາ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກ
ສາ ແລະ ພັດທະນາປະເທດຊາດ ຈົນຢາດໄດ້ໄຊຊະນະຢ່າງສົມບູນ ຍ້ອນຄວາມສະຫຼາດຫຼັກແຫຼມ, ຄວາມມີໄຫວພິບຂອງພັກເຮົາ ແລະ
ຄວາມສາມັກຄີ ເປັນຈິດໜຶ່ງໃຈດ່ຽວ ຂອງປວງຊົນລາວທັງຊາດ ໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ ນີ້ຜົນງານອັນຍິ່ງໃຫຍ່
ໃນພາລະກິດຕໍ່ສູ້ກູ້ຊາດຈະຍັງຄົງຄຽງຄູ່ກັບຊາດລາວເຮົາຕະຫຼອດໄປ, ພ້ອມນີ້ຍັງໄດ້ຫວນຄືນມູນເຊື້ອອັນພິລະອາດຫານຕໍ່ຕ້ານກັບການຮຸກ
ຮານຈາກພວກຈັກກະພັດລ່າເມືອງຂຶ້ນ, ໃນ ວັນທີ 20 ມັງກອນ 1949 ຜ່ານການສ້າງຕັ້ງ ແລະ ບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວ
ຂອງກອງທັບປະຊາຊົນລາວ, ພາຍໃຕ້ການນໍາພາອັນສະຫຼາດສອງໃສ່ຂອງພັກປະຊາຊົນປະຕິວັດລາວ ກອງທັບເຮົາໄດ້ຜ່ານຜ່າອຸປະສັກຫຼາຍ
ປະການ ແລະ ເສຍສະຫຼະທຸມເທເລືອດເນື້ອຢາດເຫື່ອແຮງງານໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຕະຫຼອດໄລຍະແຫ່ງການກໍາເນີດ, ສູ້ຮົບມີ
ໄຊ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ຈາກນັ້ນ ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າ
ຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ປາຖະກະຖາ ວັນຄ້າຍວັນເກີດຂອງ ປະທານ ຄໍາໄຕ ສິພັນດອນ ເຊິ່ງທ່ານແມ່ນໜຶ່ງໃນບັນດາຜູ້
ນໍາຮູ່ນທໍາອິດຂອງການປະຕິວັດ, ນໍາພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກຈັກກະພັດຕ່າງດ້າວ ດ້ວຍນໍ້າໃຈ
ຮັກຊາດອັນສູງສົ່ງ ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກໍາລັງແຮງກາຍໃຈໂດຍບໍ່ຮູ້ອິດຮູ້ເມື່ອຍ ຈົນຍາດໄດ້ຜົນສໍາເລັດຢ່າງມີ
ໄຊ ແລະ ພາປະເທດຊາດກ້າວເຂົ້າສູ່ຈຸດໝາຍສັງຄົມນິຍົມໄປເທື່ອລະກ້າວຢ່າງໜັກແໜ້ນ, ການປາຖະກະຖາໃນຄັ້ງນີ້ ເພຶ່ອແນ່ໃສ່ສຶກສາອົບ
ຮົມ ພະນັກງານ - ສະມາຊິກພັກ ໃນຖັນແຖວຂອງກອງທັບ ໄດ້ເຊຶ່ອມຊຶມຮັບຮູ້ ເຂົ້າໃຈເຖິງນໍ້າໃຈອັນເສຍສະຫຼະ, ມູນເຊື້ອນໍ້າໃຈຮັກຊາດ
ຮັກລະບອບປະຊາທິປະໄຕ ແລະ ຄຸນງາມຄວາມດີຂອງຄົນຫຸ່ນກ່ອນມາເປັນແບບຢ່າງໝູນໃນການພັດທະນາຕົນເອງໃຫ້ດີຂຶ້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ພຸດທະວອນ ພົມມະວົງສາ
ວັນທີ 05/02/2024